Wat Velouvanaram

Centre cultuel et culturel bouddhiste Lao

Boun Pimay Lao 2020 – Annulé

Boun Pimay Lao 2020 – Annulé

ຮຽນທ່ານພຸທທະສາສະນິກາຊົນ ເນື່ອງຈາກການແຜ່ລະບາດຂອງເຊື້ອພະຍາດ Coronavirus ສາຍພັນໃໝ່, ວັດເວລູວະນາຣາມຈຶ່ງໄດ້ວາງມາດຕະການ ໂຈະງານສລອງບຸນ ແລະພີທີທາງສາສນາຕ່າງໆ ທີ່ໄດ້ກຳນົດໄວ້ໃນປະຕິທິນປະຈຳປີ 2020. ທັງນີ້ກໍເພື່ອເປັນການປ້ອງກັນ ແລະສະກັດກັ້ນການແຜ່ຂຍາຍ ຂອງໂຣກພະຍາດ, ອີງຕາມດຳຣັດຂອງທາງການຝຣັ່ງເສດ. ສັງຄົມທຸກຂະແໜງທົ່ວໂລກໃນປັດຈຸບັນ ໄດ້ຮັບຜົນກະທົບຢ່າງໜັກໜ່ວງ. ສະນັ້ນ ພວກເຮົາແຕ່ລະຄົນ ຈຶ່ງຄວນມີໜ້າທີ່ຮັບຜິດຊອບຮ່ວມກັນ ຕາມຄວາມສາມາດຂອງໃຜລາວ. ງານສລອງບຸນປີໃໝ່ລາວປີນີ້ ຈະຝັງແໜ້ນໃນຈິດໃຈແລະນິມິດຂອງ ພຸທທະສາສະນິກາຊົນທຸກໆຄົນ ພາຍໄຕ້ການປົກປັກຮັກສາ ຂອງຄຸນພຣະສີຣັຕະນະໄຕຣ. ພວກເຮົາຈະຂໍແຈ້ງຂ່າວຄືບໜ້າ ກ່ຽວກັບກິດຈະກັມທີ່ວັດເວລູວານາຣາມ ໃຫ້ທ່ານໄດ້ຮັບຊາບໃນຂັ້ນຕໍ່ໄປ. ດ້ວຍຄວາມນັບຖື ແລະຮັກແພງ ຄນະກັມມະການອູ້ມຊູການບໍຣິຫານEn savoir plus surBoun Pimay Lao 2020 – Annulé[…]